ທ່ານ ສີຈິ້ນຜິງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອະດີດລັດຖະມົນຕີການຕ່າງປະເທດສະຫະລັດອາເມຣິກາ
ສຳນັກຂ່າວ ຊິນຮວາ ລາຍງານວັນທີ 21 ກໍລະກົດ 2023 ນີ້ວ່າ: ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານເຮັນຣີ ອັນ
ເຟຣດ ກິຊິງເກີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມຣິກາຢູ່ຫ້ອງຮັບແຂກ ນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ໄດ້ກ່າວຕ້ອນຮັບ
ດ້ວຍຄວາມອົບອຸ່ນ ວ່າ: ປັດຈຸບັນໂລກພວມຢູ່ໃນສະພາບການປ່ຽນແປງທີ່ບໍ່ເຄີຍມີມາໃນຮອບຮ້ອຍປີຜ່ານມາ, ສະພາບການສາກົນໄດ້ເກີດມີການປ່ຽນແປງ
ອັນໃຫຍ່ຫຼວງ. ສປ ຈີນ ແລະ ສະຫະລັດ ອາເມຣິກາ ສອງຝ່າຍພ້ອມກັນຮ່ວມມືເພື່ອເບິ່ງໄປທີ່ອະນາຄົດ, ຈີນ ແລະ ອາເມຣິກາສາມາດຊ່ວຍເຫຼືອເຊິ່ງກັນ ແລະ
ກັນ ເພື່ອຜົນປະໂຫຍດ ແລະ ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ເຊິ່ງເປັນກຸນແຈສຳຄັນແມ່ນຫຼັກການ 3 ປະ ການ ຄື ເຄົາລົບກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ
ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ບົນພື້ນຖານດັ່ງກ່າວ, ສປ ຈີນ ຍິນດີຮ່ວມກັບອາເມຣິກາ ປຶກສາຫາລືກ່ຽວກັບເສັ້ນທາງທີ່ຖືກຕ້ອງທີ່ສອງປະ
ເທດຢູ່ຮ່ວມກັນ, ຊຸກຍູ້ສາຍພົວພັນ ຈີນ-ອາເມຣິກາ ກ້າວໄປໜ້າຢ່າງໜັກແໜ້ນ, ສິ່ງນີ້ ມີຜົນດີຕໍ່ທັງສອງຝ່າຍ, ທັງຈະນຳເອົາຜົນປະໂຫຍດມາໃຫ້ກັບທົ່ວໂລກ.
ຫວັງວ່າທ່ານ ກິຊິງເກີ ແລະ ຜູ້ມີວິໄສທັດເບິ່ງກວ້າງເບິ່ງໄກຂອງອາເມຣິກາຈະສືບຕໍ່ປະກອບສ່ວນທີ່ມີລັກສະນະສ້າງສັນເພື່ອຊຸກຍູ້ສາຍພົວພັນຈີນ-ອາເມຣິກາ
ກັບຄືນສູ່ວົງໂຄ ຈອນທີ່ຖືກຕ້ອງ. ທ່ານ ກິຊິງເກີ ກ່າວວ່າ: ສາຍພົວພັນ ສະຫະລັດອາເມຣິກາ ແລະ ຈີນ ມີຄວາມສຳຄັນຫຼາຍຕໍ່ ສອງປະເທດ ກໍຄືສັນຕິພາບ, ຄວາມຈະເລີນຮຸ່ງເຮືອງຂອງໂລກ ພາຍໃຕ້ສະພາບການໃນ ປັດຈຸບັນນີ້, ຄວນປະຕິບັດຕາມ ຫຼັກການທີ່ລະບຸໃນ “ຖະແຫຼງ ການຢູ່ຊຽງໄຮ້”, ຕ້ອງເຂົ້າໃຈຄວາມ
ໝາຍສຳຄັນທີ່ສຸດຂອງຫຼັກການ “ປະເທດຈີນດຽວ” ທີ່ມີຕໍ່ປະເທດຈີນ, ຊຸກຍູ້ສາຍພົວພັນອາເມຣິກາ-ຈີນ ພັດທະນາໄປໃນທິດທາງທີ່ຕັ້ງ ໜ້າ. ຂ້າພະເຈົ້າຍິນດີ
ສືບຕໍ່ຄວາມພະຍາຍາມ ເພື່ອເພີ່ມພູນຄູນສ້າງຄວາມເຂົ້າໃຈກັນລະຫວ່າງປະ ຊາຊົນສອງຊາດອາເມຣິກາ- ຈີນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/07/2023